ກ່ຽວກັບຄະນະກຳມະການເພື່ອການຫັນເປັນດິຈິຕອນ ແຂວງອຸດົມໄຊ
1. ທີ່ຕັ້ງ ແລະ ພາລະບົດບາດ
ຄະນະກຳມະການເພື່ອການຫັນເປັນດິຈິຕອນ ແຂວງອຸດົມໄຊ ແມ່ນການຈັດຕັ້ງໜຶ່ງຂອງແຂວງທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທິການໃຫ້ຄະນະກຳມະການປົກຄອງແຂວງ ແລະ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ໃນການຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຍຸດທະສາດ, ກຳນົດນະໂຍບາຍ, ແຜນການ ແລະ ກົນໄກໃນການຊີ້ນຳ ແລະ ຈັດຕັ້ງປະຕິບັດການຫັນເປັນດິຈິຕອນ ຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ ບົນພື້ນຖານການປະຕິຮູບ ແລະ ພັດທະນາລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ແນໃສ່ປະກອບສ່ວນຊຸກຍູ້ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ພັດທະນາເສດຖະກິດ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ຍືນຍົງ.
2. ໜ້າທີ່ຂອງຄະນະກຳມະການ
- ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍການຫັນເປັນດິຈິຕອນຂອງລັດຖະບານ ແລະ ນິຕິກຳທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
- ຊີ້ນຳ-ຊຸກຍູ້ ບັນດາພະແນກການ, ອົງການຂັ້ນແຂວງ, ເມືອງ, ຕາແສງ ແລະ ທຸກພາກສ່ວນສັງຄົມ ຈັດຕັ້ງປະຕິບັດວຽກງານດິຈິຕອນຢ່າງຈິງຈັງ.
- ສ້າງເງື່ອນໄຂ-ສົ່ງເສີມ ໃຫ້ພະນັກງານ-ລັດຖະກອນ ໄດ້ຮັບການຍົກລະດັບຄວາມຮູ້ດ້ານເຕັກໂນໂລຊີ ແລະ ນະວັດຕະກຳດິຈິຕອນ.
- ປະສານກັບພາກສ່ວນຕ່າງໆ ເພື່ອຄົ້ນຄວ້າສ້າງ ຫຼື ປັບປຸງກົນໄກ, ນິຕິກຳ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຢູ່ທ້ອງຖິ່ນ.
- ຄຸ້ມຄອງ, ຊຸກຍູ້, ຕິດຕາມ, ສະຫຼຸບ ແລະ ຖອດຖອນບົດຮຽນ ລາຍງານໃຫ້ຂັ້ນເທິງຮັບຊາບແຕ່ລະໄລຍະ.
- ຄົ້ນຄວ້າ ແລະ ຊອກຫາແຫຼ່ງງົບປະມານ ເພື່ອຈັດຕັ້ງປະຕິບັດວຽກງານການຫັນເປັນດິຈິຕອນໃຫ້ມີປະສິດທິພາບ.
- ຈັດກອງປະຊຸມປະຈຳ 3 ເດືອນ, 6 ເດືອນ ແລະ ປະຈຳປີ ເພື່ອຕີລາຄາ ແລະ ວາງແຜນການເຄື່ອນໄຫວ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
3. ສິດຂອງຄະນະກຳມະການ
- ສະເໜີປັບປຸງ, ແກ້ໄຂ, ສ້າງ ຫຼື ຍົກເລີກ ນິຕິກຳທີ່ບໍ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ.
- ອອກຂໍ້ຕົກລົງ, ຄຳແນະນຳ, ແຈ້ງການ ແລະ ລະບຽບການກ່ຽວຂ້ອງກັບວຽກງານດິຈິຕອນ.
- ຊີ້ນຳ, ຊຸກຍູ້ ແລະ ຕິດຕາມ-ກວດກາ ການຈັດຕັ້ງປະຕິບັດວຽກງານດິຈິຕອນຢູ່ທ້ອງຖິ່ນ.
- ປະກອບຄຳຄິດເຫັນໃສ່ບັນດານະໂຍບາຍ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ.
- ພົວພັນປະສານງານ ແລະ ຮ່ວມມືແລກປ່ຽນບົດຮຽນກັບພາຍໃນ ແລະ ຕ່າງປະເທດ.
- ສະເໜີຍ້ອງຍໍ ຕໍ່ການຈັດຕັ້ງ ຫຼື ບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານການຫັນເປັນດິຈິຕອນ.
- ປະຕິບັດສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
4. ກອງເລຂາຊ່ວຍວຽກ
ກອງເລຂາຊ່ວຍວຽກ ມີພາລະບົດບາດ, ສິດ ແລະ ໜ້າທີ່ ດັ່ງນີ້:
- ເປັນເສນາທິການໃນການຄົ້ນຄວ້າ ແລະ ປະສານງານວຽກງານການຫັນເປັນດິຈິຕອນຂອງແຂວງ.
- ສະເໜີປັບປຸງກົງຈັກບຸກຄະລາກອນ ໃຫ້ແທດເໝາະກັບໜ້າທີ່ວຽກງານ.
- ຂຶ້ນແຜນວຽກ, ແຜນຄົນ, ແຜນງົບປະມານ ແລະ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ.
- ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານດິຈິຕອນຂອງພະແນກການ, ເມືອງ ແລະ ຕາແສງ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.